ໃນວັນທີ 9 ກັນຍາ 2019 ທີ່ຜ່ານມາໄດ້ຈັດ ພິທີຖະແຫຼງຂ່າວ ງານວາງສະແດງລົດນານາຊາດວຽງຈັນ 2019 (Vientiane international motor expo 2019) ຂື້ນທີ່  ໂຮງແຮມ ເລີ ທາດຫຼວງ ດໍຣ ພາຍໃຕ້ຫົວຂໍ້ ( ຖືກ, ປະຢັດ ແລະ ທັນສະໄໝ )  ທີ່ຈະຈັດຂື້ນໃນວັນທີ 28 ກັນຍາ ຫາ 6 ຕຸລາ 2019 ທີ່:  ສູນການຄ້າ ລາວ-ໄອເຕັກ ( ຕືກເກົ່າ ).

ໂດຍງານໃນຄັ້ງນີ້ແມ່ນໄດ້ຮັບກຽດໃນການເປັນປະທານເຂົ້າຮ່ວມໂດຍ : 

1./ ທ່ານ ໄຊສົມເພັດ ນໍລະສິງ ຕາງໜ້າ ການນຳ ກົມສົ່ງເສີມການຄ້າ ກະຊວງອຸດສະຫະກຳ ແລະ ການຄ້າ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ

2/ ທ່ານ ພອນຈັນ ເພັງສຸວັນ ຜູ້ອໍານວຍການ ບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັນ ແອນ ອໍກາຍເຊີ້ ຈໍາກັດຜູ້ດຽວ. 

3/ ທ່ານ ບຸນ ໄຊຍະລາດ ຫົວໜ້າພະແນກບັນຊີ  ແລະ ການເງິນ ທະນາຄານ ມາຣູຮານ ເຈແປນ ລາວ. 

4/ ທ່ານ ສີບຸນທຳ ສີບຸນມີ ຜູ້ອຳນວຍການໃຫຍ່ ບໍລິສັດລາວເວີນມະຫາຊົນ.

5/ ທ່ານ ຫໍລະດີ ວໍລະຣາດ ຜູ້ອໍານວຍການໃຫຍ່ ບໍລິສັດ ທິບພະຍະປະກັນໄພ  ຈຳກັດ( ສປປລາວ ).

ທ່ານ ພອນຈັນ ເພັງສຸວັນ ກ່າວວ່າ : ຈຸດປະສົງຫຼັກຂອງການຈັດງານວາງສະແດງລົດນາໆຊາດ ວຽງຈັນ ມໍເຕີ້ ເອັກໂປ 2019 ໃນຄັ້ງນີ້ກໍ່ເພື່ອເປັນການຕອບໂຈດໃຫ້ກັບບັນດາ ບໍລິສັດ ຫ້າງຮ້ານ ທີ່ຈໍາໜ່າຍລົດ ແລະ ຜະລິດຕະພັນຕົບແຕ່ງລົດ  ຮວມໄປເຖິງຄວາມຮຽກຮ້ອງຕ້ອງການຂອງກຸ່ມບັນດາລູກຄ້າຜູ້ຊົມໃຊ້ ແລະ ທີ່ສໍາຄັນກໍ່ເພື່ອເປັນການຕໍ່ຍອດໃຫ້ກັບວົງການລົດໂດຍອິງໃສ່ຈາກການປະສົບຜົນສໍາເລັດໃນການຈັດງານໂມໂຕເອັກສໂປໃນປີທີ່ຜ່ານໆມາ, ສໍາລັບງານໃນຄັ້ງນີ້ແມ່ນຈະໄດ້ຈັດຂື້ນໃນລະຫວ່າງ ວັນທີ່ 28 ກັນຍາ ຫາ 6 ຕຸລາ 2019 ທີ່ຈະມາເຖີງນີ້ທີ່ ສູນການຄ້າ ລາວ-ໄອເຕັກ ຕຶກເກົ່າ ໂດຍເລີ່ມຕັ້ງແຕ່ເວລາ11:00ໂມງເປັນຕົ້ນໄປຂອງທຸກໆມື້.

 ສໍາລັບພາຍໃນງານວາງສະແດງລົດນາໆຊາດ ວຽງຈັນ ມໍເຕີ້ເອັກໂປ 2019 ແມ່ນຈະມີກິດຈະກຳເພີ່ມຂຶ່ນພາຍໃນງານ ເຊີ່ງຄົນທີຈອງລົດ ຫຼື ຜູ້ທີ່ເຂົ້າມາຮ່ວມງານຈະໄດ້ພົບກິດຈະກຳຈາກຄ້າຍລົດ ແລະ ຍັງຈະໄດ້ພົບກັບນະວັດຕະກຳໃໝ່ຄືລົດຕົ້ນແບບເປັນລົດໄຟຟ້າປະຢັດພະລັງງານມາວາງສະແດງ ສາມາດນຳໃຊ້ໄດ້ໂຕຈິງ ແລະ ມີວາງຈຳໜ່າຍ ພ້ອມທັງທົດລອງຂັບຟຣີ  ພ້ອມກັນນີ້ຍັງມີສິດ ລຸ້ນຮັບເອົາຂອງລາງວັນ ບໍ່ວ່າຈະເປັນ:  ສາຍຄໍຄຳ , ເສື້ອຢືດ, ພວງກະແຈ, ບັດສ່ວນຫຼຸດເຄືອບແກ້ວລົດ, ເກມໝູນວົງລໍ້ລຸ້ນລາງວັນ ແລະ ຈຸດຖ່າຍຮູບສຳລັບລູກຄ້າທີ່ເຂົ້າຮ່ວມງານ ພ້ອມຂອງລາງວັນອື່ນໆອີກຢ່າງຫຼວງຫຼາຍ.ນອກຈາກນີ້ ຍັງຈະມີການທັດສະນະສືກສາເພື່ອຮ່ວມຟັງການບັນຍາຍກົດລະບຽບຈໍລະຈອນ, ພິເສດ ໄປກ່ວານັ້ນພາຍໃນງານຈະໄດ້ມີການສະແດງຄອນເສີດຈາກສິລະປິນທັງພາຍໃນ ແລະ ປະເທດເພື່ອນບ້ານ ຮ່ວມໄປເຖີງກິດຈະກໍາ ການປະກວດເຄື່ອງສຽງລົດ ເຊີ່ງວ່າພາຍໃນງານນອກຈາກຈະໄດ້ມີລົດໃຫມ່ທີ່ມາວາງສະແດງແລ້ວ ແລະ ລົດບັນທຸກໜັກ ພ້ອມລົດມື 2 ຕື່ມອີກ ເພື່ອເອົາໃຈລູກຄ້າຫຼາຍກຸ່ມ ໂດຍມີ ບໍລິສັດ ສິນເຊື່ອດອກເບຍຕໍ່າທີ່ຄອຍໃຫ້ການບໍລິການເພື່ອເປັນອີກຫນຶ່ງທາງເລືອກໃຫ້ແກ່ລູກຄ້າ.

 ນອກຈາກນັ້ນຜູ້ທີ່ເຂົ້າຮ່ວມງານຍັງຈະໄດ້ຮັບຟັງນະໂຍບາຍໂປຣໂມຊັ້ນຕ່າງໆຈາກບັນດາຄ້າຍລົດແຕ່ລະຄ້າຍທີ່ເຂົ້າຮ່ວມ ຮັບຟັງເງື່ອນໄຂຈາກ ບໍລິສັດ ປະກັນໄພ ພ້ອມກັບໄດ້ຮັບຊົມຜົນງານຕ່າງໆພາຍໃນງານ.