
ຈົບໄປແລ້ວແບບສົດໆຮ້ອນໆກັບງານວາງສະແດງລົດນານາຊາດວຽງຈັນ (VIENTIANE INTERNATIONAL MOTOR EXPO 2017) ຄັ້ງທີ 2 ໄດ້ຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງງວຽງຈັນ ຕັ້ງແຕ່ວັນທີ 10-18 ພະຈິກ 2017 ທີ່ຜ່ານມາ ພາຍໃຕ້ຄຳຂວັນທີ່ວ່າ ປະຢັດພະລັງງານ ແລະ ເປັນມິດຕໍ່ສິ່ງແວດລ້ອມ ໂດຍການຈັດຂອງບໍລິສັດ ພີພີ ກຣຸບ ແລະ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ.
ເຊິ່ງໃນງານດັ່ງກ່າວກໍໄດ້ສ້າງຄວາມສົນໃຈໃຫ້ກັບກຸ່ມຄົນຮັກລົດເປັນຈໍານວນຫລາຍ ເພາະນອກຈາກຈະມີການໂຊລົດ ແລະໃຫ້ຄວາມຮູ້ກ່ຽວກັບລົດແລ້ວ ຍັງມີບັນດາສາວໆພິດຕີ້ສຸດເຊັກຊີ້ ທັງໃນທັງປະເທດ ແລະຕ່າງປະເທດທີ່ມາຊ່ວຍສ້າງສີສັນໃນງານ ພ້ອມແນະນໍາລົດໃຫ້ກັບບັນດາແຂກທີ່ມາຮ່ວມງານນໍາພ້ອມ, ເຊິ່ງບອກໄດ້ເລີຍງານນີ້ສາວໆນີ້ທັງເຊັກຊີ້ທັງງາມເລີຍແຫລ່ະ (ບໍ່ຮູ້ວ່າຄົນທີ່ໄປງານນີ້ແມ່ນໄປເບິ່ງລົດ ຫລືໄປເບິ່ງຄົນນໍ້ ຮະຮະ). ເອົາເປັນວ່າເຮົາໄປເບິ່ງຮູບພາບສາວໆໃນງານກັນເລີຍດີກວ່າ ສາຍເຜືອກຈັດມາໃຫ້ໄດ້ເບິ່ງກັນແບບເຕັມອິ່ມເລີຍ.
0 Comments