ງານວາງສະແດງລົດນາໆຊາດ 2023 ເປີດຂຶ້ນຢ່າງເປັນທາງການ
....
ງານວາງສະແດງລົດນາໆຊາດວຽງຈັນ 2023 ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ ນີ້
ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ
ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ - ການຄ້າ, ມີຮອງລັດຖະມົນຕີ
ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພອນຈັນ ເພັງສຸວັນ ຜູ້ອໍານວຍການ ບໍລິສັດ ພີພີ
ໄຊໂຍ ເອັນຕະເທນເມັນ ຈໍາກັດຜູ້ດຽວກ່າວວ່າ: ງານວາງສະແດງລົດນານາຊາດວຽງຈັນ 2023
(Vientiane International Motor Expo 2023) ຈັດຂຶ້ນເປັນຄັ້ງທີ 7
ພາຍໃຕ້ແນວຄິດ ເຕັກໂນໂລຊີ ນະວັດຕະກຳລົດ ກ້າວສູ່ອະນາຄົດ,
ງານດັ່ງກ່າວຈັດຂຶ້ນໃນລະຫວ່າງ ວັນທີ 14-22 ຕຸລາ 2023 ທີ່ສູນວາງສະແດງສິນຄ້າ ລາວ -
ໄອເຕັກ,ຈຸດປະສົງຂອງການຈັດງານຄັ້ງນີ້ແມ່ນເພື່ອເປັນການສົ່ງເສີມການຂາຍ
ບໍ່ວ່າຈະເປັນລົດທີ່ໃຊ້ພະລັງງານນ້ໍາມັນ ແລະ ລົດທີ່ໃຊ້ພະລັງງານໄຟຟ້າ
ທີ່ມີທັງຄຸນນະພາບ ມາດຕະຖານ ແລະ ລາຄາທີ່ແຕກຕ່າງກັນໄປ
ທັງເປັນການພັກດັນການແຂ່ງຂັນໃຫ້ວົງການ ການຂາຍລົດ ຫຼື ຍານພາຫະນະ
ໃນບ້ານເຮົາໄດ້ມີການເຕີບໂຕຂຶ້ນຕື່ມ ແລະ
ເຫັນໄດ້ເຖິງຄວາມສຳຄັນລະຫວ່າງຄວາມຕ້ອງການຂອງຜູ້ຊື້ ແລະ ການຕອບສະໜອງຂອງຜູ້ຂາຍ,
ສະນັ້ນ ທາງບໍລິສັດ ພີພີ ໄຊໂຍ ເອັນຕະເທນເມັນ ຈຳກັດຜູ້ດຽວ
ຈຶ່ງເຂົ້າມາມີບົດບາດເພື່ອເປັນພື້ນທີ່ສື່ກາງໃຫ້ແກ່ຜູ້ປະກອບການທາງດ້ານທຸລະກິດລົດໄດ້ມີການໂຄສະນາໃຫ້ຄວາມຮູ້ກ່ຽວກັບນະວັດຕະກຳໃໝ່ໆຂອງລົດ
ໃຫ້ແກ່ກຸ່ມລູກຄ້າເປົ້າໝາຍ ເພື່ອເປັນຂໍ້ມູນໃນການຕັດສິນໃຈຊື້ລົດ.
ທ່ານກ່າວຕື່ມວ່າ: ກິດຈະກຳພາຍໃນງານປີນີ້
ພິເສດແມ່ນມີກິດຈະກຳການແຂ່ງຂັນຄວາມສາມາດພິເສດ, ບໍ່ຈຳກັດເພດ, ບໍ່ຈຳກັດອາຍຸ ກໍຄື
Vientiane Expo Gottalent ຊຶ່ງເປັນການຈັດຂຶ້ນໃນຄັ້ງທຳອິດຂອງງານ,
ໃນນັ້ນຈະມີສິນລະປິນທີ່ກຳລັງຕິດກະແສນິຍົມພາຍໃນປະເທດເຮົາໃນປັດຈຸບັນ
ທີ່ຈະມາມອບສຽງເພງມ່ວນໆ ເພື່ອສ້າງສີສັນໃນງານຂອງພວກເຮົາ. ນອກຈາກນີ້
ກໍຍັງມີສ່ວນຫຼຸດໂປຣໂມຊັນ ຫຼາກຫຼາຍ ຈາກບັນດາຄ້າຍລົດທີ່ເຂົ້າມາຮ່ວມວາງສະແດງພາຍໃນງານ
ແລະ ແຈກຂອງລາງວັນຫຼາກຫຼາຍຢ່າງ ບໍ່ວ່າຈະເປັນສາຍຄໍທອງຄໍາ, ໂທລະສັບມືຖື, ເສື້ອຢືດ
ແລະ ອື່ນໆອີກຫຼາກຫຼາຍໃຫ້ແກ່ລູກຄ້າທີ່ເຂົ້າມາຈັບຈອງລົດພາຍໃນງານຂອງພວກເຮົາ
ໃນນັ້ນສຳລັບກິດຈະກຳດ້ານນອກພາຍໃນງານຈະມີການທົດລອງຂັບລົດ ຫຼາກຫຼາຍລຸ້ນຫຼາຍຍີ່ຫໍ້
ໃຫ້ຜູ້ມາທ່ຽວຊົມງານໄດ້ສໍາຜັດກັບນະວັດຕະກໍາລົດຍົນໃໝ່ໆ ແລະ
ຍັງພົບກັບກິດຈະກໍາງານພົບປະຄົນຮັກລົດ ພ້ອມມີອາຫານຕ່າງໆ ແລະ ມ່ວນຊື່ນກັບສຽງເພງ
ຈາກນັກດົນຕີ ແລະ ດີເຈ ຊື່ດັງຕື່ມອີກ.
ທ່ານ ໄຊສົມເພັດ ນໍລະສິງ
ຫົວໜ້າກົມສົ່ງເສີມການຄ້າກ່າວເປີດງານຢ່າງເປັນທາງການວ່າ: ງານວາງສະແດງ Vientiane
Motor Expo 2023 ໃນຄັ້ງນີ້ ເປັນການຈັດງານຮ່ວມກັນ ລະຫວ່າງ ກົມສົ່ງເສີມການຄ້າ
ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບໍລິສັດ ພີພີໄຊໂຍ ເອັນເຕີເທັນເມັນ ແອນ
ອີເວັນອໍກາໄນເຊີ ຈຳກັດຜູ້ດຽວ. ໂດຍມີເປົ້າໝາຍເພື່ອສ້າງໂອກາດໃຫ້ກັບຄ້າຍ ລົດຕ່າງໆ
ໄດ້ເຮັດກິດຈະກຳໃນການສົ່ງເສີມການຂາຍ ໃຫ້ກັບຜູ້ປະກອບການ ແລະ ຊຸກຍູ້ ສົ່ງເສີມການ
ຄ້າພາຍໃນໃຫ້ດີຂຶ້ນຕາມລໍາດັບ.
ດັ່ງທີ່ຮູ້ກັນແລ້ວວ່າ ໃນປັດຈຸບັນ ພາຍໃນປະເທດ ໄດ້ມີການຈະເລີນເຕີບໂຕທາງດ້ານ
ອຸດສາຫະກຳລົດຍົນ ນັບມື້ນັບຂະຫຍາຍຕົວຫຼາຍຂຶ້ນ, ພ້ອມດຽວກັນນີ້
ການຈັດງານດັ່ງກ່າວກໍຍັງເປັນ ການກະຕຸ້ນການແຂ່ງຂັນທາງດ້ານການຄ້າ,
ເສດຖະກິດຂອງຊາດໃຫ້ຄຶກຄື້ນ ສ້າງເງື່ອນໄຂໃຫ້ຄົນໃນສັງ ຄົມອອກມາໃຊ້ຈ່າຍ
ເຮັດໃຫ້ເສດຖະກິດມີການໝູນວຽນ.
ການຈັດງານວາງສະແດງລົດນານາຊາດວຽງຈັນ ປະຈຳປີ 2023 ຖືໄດ້ວ່າເປັນງານທີ່ຍິ່ງໃຫຍ່
ທີ່ໄດ້ຮັບຄວາມສົນໃຈຈາກສັງຄົມພາຍໃນ ແລະ ຕ່າງປະເທດ
ຊຶ່ງພາຍໃນງານໄດ້ມີການວາງສະແດງຜະລິດຕະພັນຕ່າງໆ ທີ່ຕິດພັນກັບລົດ
ທີ່ເປັນເຕັກໂນໂລຊີໃໝ່ໆ ເຊັ່ນ: ບັນດາບໍລິສັດ ແລະ ຕົວແທນໄດ້ນໍາເຂົ້າມາ ວາງສະແດງ
ບໍ່ວ່າຈະເປັນລົດທີ່ໃຊ້ພະລັງງານນໍ້າມັນ ແລະ ລົດທີ່ໃຊ້ພະລັງງານໄຟຟ້າ
ທີ່ກຳລັງເປັນທີ່ນິຍົມ
ນຳໃຊ້ເຂົ້າໃນຊີວິດປະຈຳວັນນັບມື້ສູງຂຶ້ນຕາມກົນໄກຂອງສະພາບການປ່ຽນແປງຂອງເສດຖະກິດໂລກໃນຍຸກທີ່ລາວ
ແລະ ບັນດາປະເທດໃນອາຊຽນກໍາລັງປະເຊີນກັບສະພາບລາຄານໍ້າມັນມີການເໜັງຕີງຕະຫຼອດດເວລາ.
ນີ້ກໍເປັນປັດໄຈໜຶ່ງທີ່ທາງຄະນະຮັບຜິດຊອບມີແຜນການຈັດງານນີ້ຂຶ້ນ ແລະ ອີກ
ປັດໄຈໜຶ່ງການຈັດງານດັ່ງກ່າວນີ້
ກໍຍັງເປັນການສ້າງຂະບວນການຕ້ອນຮັບປີທ່ອງທ່ຽວໃກ້ຈະມາເຖິງ ແລະ
ລວມທັງການກະກຽມຕ້ອນຮັບທີ່ລາວຈະເປັນເຈົ້າພາບຈັດກອງປະຊຸມອາຊຽນ ຄັ້ງທີ 10ປີ 2024.
ຕະຫຼອດໄລຍະຫຼາຍປີຜ່ານມາໃນນາມພາກລັດຂອງພວກເຮົາມີຄວາມຍິນດີໃນການ, ສະໜັບສະ
ໜູນໃຫ້ມີການຈັດງານດັ່ງກ່າວນີ້ຂຶ້ນ ເພື່ອກະຕຸ້ນເສດຖະກິດ, ດຶງດູດການຄ້າ ແລະ
ການລົງທຶນຂອງນັກທຸລະກິດຂອງລາວ ແລະ
ຕ່າງປະເທດໃຫ້ນັບມື້ເຂັ້ມແຂງຕາມຍຸກເຊື່ອມໂຍງກັບສາກົນ,
ທັງເປັນການສ້າງເວທີໃຫ້ມີການເຈລະຈາຊື້ ແລະ ຂາຍກັນພາຍໃນງານ ແລະ ຫຼັງງານ
ນັ້ນຄືຫົວໃຈຫຼັກທີ່ທາງຄະນະຈັດງານພວກເຮົາຢາກເຫັນໃນການສົ່ງເສີມພາກທຸລະກິດໃຫ້ເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າ
ບໍ່ວ່າຈະເປັນຕະຫຼາດພາຍໃນ ແລະ ຕະຫຼາດສາກົນຕະຫຼອດມາ.
(ຂ່າວ: ສຳນານ, ພາບ: ພັດ)



0 Comments